Firefox Browser

ຄວບຄຸມອິນເຕີເນັດໃນແບບຂອງທ່ານ

ໃຊ້ອອນໄລນ໌ ໂດຍມີສິ່ງລົບກວນ, ຄວາມວຸ້ນວາຍ ແລະ ຄວາມຕຶງຄຽດ ໜ້ອຍລົງ; ໃຫ້ຄິດວ່າຕົວເຮົາເອງເປັນຄືກັບອາກາດທີ່ສົດຊື່ນ.

ດາວໂຫລດ Firefox

Firefox ແມ່ນ ບໍ່ຮອງຮັບແລ້ວ ໃນ Windows 8.1 ແລະ ຂ້າງລຸ່ມນີ້.

ກະລຸນາດາວໂຫຼດ Firefox ESR (ຂະຫຍາຍການຮອງຮັບ) ເພື່ອໃຊ້ Firefox.

Firefox ແມ່ນ ບໍ່ຮອງຮັບແລ້ວ ໃນ macOS 10.14 ແລະ ຂ້າງລຸ່ມນີ້.

ກະລຸນາດາວໂຫຼດ Firefox ESR (ຂະຫຍາຍການຮອງຮັບ) ເພື່ອໃຊ້ Firefox.

ຄວາມເປັນສ່ວນໂຕໃນ Firefox
Firefox ໃນເດັສທັອບ ແລະ ມືຖື.

ຄຸນສົມບັດຫຼ້າສຸດຂອງ Firefox

  • ມ່ວນຊື່ນໃນການສະຫຼັບ.

    ຫຼຸດຄວາມວຸ້ນວາຍໃຫ້ນ້ອຍລົງ

    ບລັອກໂຄສະນາ ແລະ ປັບປຸງຄວາມເປັນສ່ວນຕົວຂອງທ່ານດ້ວຍການຕັ້ງຄ່າທີ່ສາມາດປັບແຕ່ງໄດ້ ແລະ Extension ທີ່ສາມາດດາວໂຫຼດໄດ້ຫຼາຍຢ່າງ.

  • ຕົວກະພິບຫຼາຍອັນ.

    ເຮັດຫຼາຍຢ່າງພ້ອມກັນບໍ?

    ເຂົ້າສູ່ໂໝດການອ່ານ, ສະແດງວິດີໂອປັອບອັບ, ແລະ ຈັດລະບຽບໃຫ້ດີຂຶ້ນດ້ວຍແຖບຕັ້ງ ແລະ ກຸ່ມແຖບ.

  • ແຖບເປີດຫຼາຍ.

    ຮັກສາແຖບຕ່າງໆໄວ້ໃນແຖບທັງໝົດຂອງທ່ານ

    ປິດແຖບທີ່ຊໍ້າຊ້ອນ, ຄົ້ນຫາ ແລະ ປັກໝຸດແຖບທີ່ເປີດຢູ່. ມີຄວາມເປັນໄປໄດ້ທີ່ບໍ່ມີທີ່ສິ້ນສຸດສຳລັບຈຳນວນແຖບອັນໃຫຍ່ຫຼວງທີ່ທ່ານເປີດຢູ່.

ເບິ່ງບັນທຶກການປ່ອຍ

ເລືອກໂປຣແກຣມທ່ອງເວັບທີ່ຊ່ວຍໃຫ້ທ່ານເຮັດວຽກໄດ້ສຳເລັດລຸລ່ວງ

ບລັອກຕົວຕິດຕາມໂຄສະນາໂດຍບໍ່ຕ້ອງຍົກນິ້ວມືຂຶ້ນແມ້ແຕ່ນີ້ວດຽວ.

ຕົວຕິດຕາມໂຄສະນາເຮັດໃຫ້ການໂຫຼດໜ້າເວັບຊ້າລົງ. ໃນ Firefox, ທ່ານບໍ່ຈຳເປັນຕ້ອງໄປຄົ້ນຫາໃນການຕັ້ງຄ່າເພື່ອແກ້ໄຂບັນຫານີ້, ເພາະວ່າພວກເຮົາໄດ້ບລັອກຕົວຕິດຕາມສ່ວນໃຫຍ່ໂດຍອັດຕະໂນມັດ.

ເກາະປ້ອງກັນ ແລະ ມືປົກປ້ອງແຖບຕົວທ່ອງເວັບ.

ປະຕິເສດສິ່ງລົບກວນ

ຊ່ວຍໃຫ້ທ່ານມີສະມາທິຢູ່ກັບການໃຊ້ງານ Extension ຕ່າງໆ ເຊັ່ນວ່າ Tomato Clock ແລະ Turn Off the Lights Extension ເຫລົ່ານີ້ໄດ້ຮັບການແນະນຳ ຊື່ງປຽບຄືກັນກັບລາງວັນອັນຊົງກຽດຂອງເຮົາສຳຫລັບການມີລະບົບຮັກສາຄວາມປອດໄພ ແລະ ຟັງຊັນການທຳງານທີ່ຍອດຍ້ຽມ.

ສະຫມອງຂອງມະນຸດເຊື່ອມຕໍ່ກັບໂລກ.

ຂໍ້ມູນຂອງທ່ານ, ໃນທຸກໜ້າຈໍຂອງທ່ານ

ດາວໂຫຼດ Firefox ສຳລັບມືຖື ເພື່ອໃຫ້ລະຫັດຜ່ານ, ແຖບ ແລະ ປະຫວັດການເຂົ້ານຳໃຊ້ຂອງທ່ານ ພ້ອມທັງຄວາມເປັນສ່ວນຕົວ ແລະ ຄວາມປອດໄພທີ່ທ່ານໄວ້ວາງໃຈ ຕິດໂຕກັບທ່ານໄປໄດ້ໃນທຸກບ່ອນທີ່ທ່ານໄປ.

ເດັສທັອບ, ແລັບທັອບ ແລະ ໂທລະສັບ.

ມາພ້ອມກັບຄວາມເປັນສ່ວນຕົວໃນຕົວ

ຂໍ້ມູນສ່ວນຕົວຂອງທ່ານບໍ່ໄດ້ມີໄວ້ຂາຍ. ຕົວຕິດຕາມ ແລະ ຄຸກກີ້ຈາກບຸກຄົນທີ່ສາມຈະຖືກບລັອກໄວ້ໂດຍໄດ້ຕັ້ງໄວ້ເປັນຄ່າເລີ່ມຕົ້ນ, ເພື່ອເຮັດໃຫ້ທ່ານສາມາດ... ທ່ອງເວັບໄດ້ຢ່າງສະບາຍໃຈ.

ຮຽນຮູ້ວິທີທີ່ Firefox ປົກປ້ອງຂໍ້ມູນຂອງທ່ານ
ໜ້າຕ່າງຂອງຕົວທ່ອງເວັບທີ່ມີໄອຄອນລັອກ ແລະ ເກາະ.

ປັບແຕ່ງໃຫ້ເປັນໄປຕາມສະຕາຍຂອງທ່ານ

Firefox ໃນໂໝດມືດ.
  • ເຮັດວຽກຢ່າງສະຫຼາດກວ່າ, ມີຄວາມມ່ວນຫຼາຍຂຶ້ນ.

    ສຳຫຼວດຄວາມເປັນໄປໄດ້ສຳລັບການຄົ້ນຄວ້າ, ການຊື້ເຄື່ອງ ແລະ ອື່ນໆອີກຫຼາຍຢ່າງໃນ Extension.

  • ລາກ່ອນ, ໂປຣແກຣມທ່ອງເວັບທີ່ໜ້າເບື່ອ

    ອິນເຕີເນັດສາມາດເປັນບ່ອນທີ່ມີຄວາມສຸກໄດ້ດ້ວຍ Theme ທີ່ເໝາະສົມກັບທ່ານ.

Firefox ໃນເດັສທັອບ.

Billionaire-free ເປັນເວລາ 20+ ກ່ວາປີ

Firefox ຖືກສ້າງຂຶ້ນໃນປີ 2004 ໂດຍ Mozilla ເປັນທາງເລືອກທີ່ໄວກວ່າ, ມີຄວາມເປັນສ່ວນຕົວສູງ, ແລະ ສາມາດປັບແຕ່ງໄດ້ຕາມທີ່ທ່ານຕ້ອງການ. ໃນຕອນນີ້, ພວກເຮົາຍັງຄົງເປັນອົງກອນທີ່ບໍຫວັງຜົນກຳໄລ, ບໍ່ມີເຈົ້າຂອງເປັນເສດຖີພັນລ້ານ ແລະ ຍັງຄົງພັດທະນາເພື່ອເຮັດໃຫ້ການເຂົ້າເຖິງອິນເຕີເນັດ ແລະ ເວລາທີ່ທ່ານເຂົ້ານຳໃຊ້ມັນໃຫ້ດີຂຶ້ນ.

ດາວໂຫລດ Firefox

Firefox ແມ່ນ ບໍ່ຮອງຮັບແລ້ວ ໃນ Windows 8.1 ແລະ ຂ້າງລຸ່ມນີ້.

ກະລຸນາດາວໂຫຼດ Firefox ESR (ຂະຫຍາຍການຮອງຮັບ) ເພື່ອໃຊ້ Firefox.

Firefox ແມ່ນ ບໍ່ຮອງຮັບແລ້ວ ໃນ macOS 10.14 ແລະ ຂ້າງລຸ່ມນີ້.

ກະລຸນາດາວໂຫຼດ Firefox ESR (ຂະຫຍາຍການຮອງຮັບ) ເພື່ອໃຊ້ Firefox.

ຄວາມເປັນສ່ວນໂຕໃນ Firefox
ມີຄຳຖາມບໍ? Mozilla ພ້ອມຊ່ວຍທ່ານແລ້ວ.